lo_2ki_text_ulb_l3/16/10.txt

1 line
1.6 KiB
Plaintext

\v 10 ເມື່ອກະສັດອາຮາດໄດ້ສະ​ເດັດໄປເມືອງດາມາເຊເພື່ອ​ພົບ​ກັບຕິກະລາດປີເລເສ ກະສັດແຫ່ງອັດຊີເຣຍ. ພະ​ອົງໄດ້ເຫັນແທ່ນບູຊາຢູ່​ທີ່ໃນເມືອງດາມັສກັດ ແລະ ພະ​ອົງໄດ້ຊົງສົ່ງແບບ​ຈຳ​ລ​ອງແທ່ນບູຊາໄປທີ່ປະໂລຫິດອູຣີຢາ ພ້ອມ​ທັງ​ແບບແຜນຂອງແທ່ນບູຊານັ້ນ ແລະ ຮູບ​ແບບ​ສຳ​ລັບວຽກງານກໍ່ສ້າງທີ່ ຈຳເປັນ. \v 11 ດັ່ງນັ້ນປະໂລຫິດອູຣີຢາກໍໄດ້ສ້າງແທ່ນບູຊານັ້ນອີງຕາມແບບທຸກຢ່າງທີ່ກະສັດອາຮາດໄດ້ສົ່ງມາຈາກດາມັສກັດ. ທ່ານຈຶ່ງໄດ້ເຮັດແທ່ນບູຊາໃຫ້ສຳເລັດກ່ອນທີ່ກະສັດອາຮາດສະ​ເດັດ​ກັບມາຈາກດາມັສກັດ. \v 12 ເມື່ອກະສັດໄດ້ກັບມາຈາກດາມັສກັດ ພະ​ອົງໄດ້ເຫັນແທ່ນບູຊາ; ແລ້ວກະສັດໄດ້ເຂົ້າໄປໃກ້ແທ່ນບູຊາ ແລະຖວາຍເຄື່ອງບູຊາເທິງແທ່ນບູຊານັ້ນ.