lo_2ki_text_ulb_l3/16/07.txt

1 line
1.9 KiB
Plaintext

\v 7 ດັ່ງນັ້ນ ອາຮາດຈຶ່ງໄດ້​ຊົງສົ່ງຜູ້ສົ່ງຂ່າວສານໄປເຝົ້າຕິກະ​ລາດປິ​ເລ​ເສ ກະສັດແຫ່ງອັດຊີເຣຍ, ເພື່ອເວົ້າວ່າ, “ຂ້າ​ພະ​ເຈົ້າເປັນຜູ້ຮັບໃຊ້ຂອງທ່ານ ແລະ ເປັນລູກຊາຍຂອງທ່ານ. ຂໍ​ຊົງ​ສະ​ເດັດ​ຂຶ້ນມາຊ່ວຍຂ້າ​ພະ​ເຈົ້າໃຫ້​ພົ້ນຈາກກຳມືຂອງກະສັດແຫ່ງຊີ​ເຣຍ ແລະ ຈາກກຳມືຂອງກະສັດອິສະຣາເອນ, ຜູ້ໄດ້ມາໂຈມຕີຂ້າ​ພະ​ເຈົ້າ​ດ້ວຍ​ເຖີ​ດ.” \v 8 ດັ່ງນັ້ນ ອາຮາດໄດ້ຊົງນຳເອົາເງິນ ແລະ ທອງຄຳທີ່ພົບເຫັນຢູ່ໃນພຣະ​ນິ​ເວດຂອງພຣະຢາເວ ແລະ ໃນຄັງຂອງພະຣາຊະວັງ ແລະພະ​ອົງໄດ້ສົ່ງໄປເປັນ​ຂອງ​ຂັວນມອບແກ່ກະສັດແຫ່ງອັດຊີເຣຍ. \v 9 ແລ້ວກະສັດແຫ່ງອັດຊີເຣຍກໍໄດ້ຟັງພະ​ອົງ, ແລະກະສັດແຫ່ງອັດຊີເຣຍກໍໄດ້ຊົງ​ຍົກ​ທັບຂຶ້ນໄປທີ່ເມືອງດາມັສກັດ, ແລະຢຶດ​ໄດ້​ທັງ​ຕ້ອນ​ໂຮມປະ​ຊາ​ຊົນຂອງເມືອງນັ້ນໄປເປັນຊະເລີຍທີ່​ເມືອງ​ກີ​ຣະ. ພະ​ອົງຍັງໄດ້ຂ້າ​ເຣ​ຊິນກະສັດແຫ່ງຊີ​ເຣຍ​ດ້ວຍ​ເຊັ່ນ​ກັນ.