lo_2ki_text_ulb_l3/14/23.txt

1 line
1.5 KiB
Plaintext

\v 23 ໃນປີທີສິບຫ້າແຫ່ງການປົກຄອງຂອງອາມາຊີຢາ ລູກຊາຍຂອງໂຢອາດກະສັດແຫ່ງຢູດາ, ເຢ​ໂຣ​ໂບ​ອາມ ບຸດຊາຍຂອງໂຢອາດແຫ່ງອິສະຣາເອນໄດ້ປົກຄອງໃນ​ຊາ​ມາ​ເຣຍ; ຢູ່ສີ່ສິບເອັດປີ. \v 24 ພ​ະ​ອົງໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະເຢວາ. ພ​ຣະ​ອົງບໍ່ໄດ້ຫນີຈາກບາບທັງຫມົດຂອງເຢ​ໂຣ​ໂບ​ອາມລູກຊາຍຂອງເນບັດ. ຜູ້ທີ່ໄດ້ນຳພາອິສະຣາເອນໃຫ້ເຮັດບາບດ້ວຍ. \v 25 ພ​ະ​ອົງໄດ້ຊົງໂຈມຕີເອົາແຜ່ນດິນອິສະຣາເອນຄືນ​ມາຈາກທາງເຂົ້າ​ເມືອງ​ເລໂບຮາ​ມັດໄກ​ໄປ​ຮອດທະເລອາຣາບາ, ຕາມຄຳສັ່ງຕາມຖ້ອຍ​ຄຳ​ຂອງພຣະຢາ​ເວ, ພ​ຣະເຈົ້າຂອງອິສະຣາເອນ, ເຊິ່ງກ່າວໂດຍຜູ້ຮັບໃຊ້ຂອງພ​ຣະ​ອົງຄື​ ໂຢ​ນາ ລູກຊາຍຂອງອາ​ມິດໄ​ຕ, ຜູ້​ທຳ​ນ​ວາຍ, ທີ່​ມາ​ຈາກ​ກາດ-ເຮເ​ຟ.