lo_2ki_text_ulb_l3/14/17.txt

1 line
1.2 KiB
Plaintext

\v 17 ອາມາຊີຢາລູກຊາຍຂອງໂຢອາດ, ກະສັດແຫ່ງຢູດາ, ໄດ້​ຊົງມີ​ຊີ​ວິດ​ຢູ່ອີກສິບຫ້າປີ ຫລັງຈາກເຢໂຮອາດລູກຊາຍຂອງເຢໂຮອາຮາດກະສັດແຫ່ງອິສະຣາເອັນໄດ້ຕາຍໄປແລ້ວ. \v 18 ສ່ວນຣາຊະກິດອື່ນໆຂອງອາມາຊີຢາ, ໄດ້ບັນທຶກໄວ້ໃນຫ​ນັງ​ສືປະຫວັດສາດຂອງກະສັດແຫ່ງຢູດາບໍ່ແມ່ນ​ບໍ? \v 19 ພວກເຂົາໄດ້ເຂົ້າຮ່ວມການກະບົດຕໍ່ອາມາຊີຢາໃນນະຄອນ ເຢຣູຊາເລັມ, ແລະພ​ະ​ອົງ​ໄດ້ຫລົບ​ຫນີໄປທີ່ເມືອງ​ລາ​ກິດ. ແຕ່ພວກເຂົາທັງ​ຫລາຍໄດ້ສົ່ງຄົນ​ນຳພ​ະ​ອົງໄປ​ທີ່​ເມືອງລາ​ກິດ, ແລະໄດ້​ຂ້າ​ພ​ະ​ອົງຢູ່ທີ່ນັ້ນ.