lo_2ki_text_ulb_l3/14/08.txt

1 line
1.7 KiB
Plaintext

\v 8 ແລ້ວອາມາຊີຢາໄດ້ສົ່ງຄະ​ນະທູດໄປເຝົ້າໂຢ​ອາດລູກຊາຍຂອງເຢໂຮອ​າຮາດກະສັດອິສະຣາເອນ, ກ່າວວ່າ, "ມາເຖີດ, ຂໍ​ໃຫ້ພວກທ່ານພົບກັນໃນສົງຄາມ." \v 9 ແຕ່ໂຢອາດກະສັດແຫ່ງອິສະຣາເອນໄດ້ສົ່ງຜູ້​ສື່​ສານໄປທີ່ອາມາຊີຢາກະສັດແຫ່ງຢູດາ, ກ່າວວ່າ, “ ຕົ້ນຫນາມໃນເລບານອນໄດ້ສົ່ງຂ່າວໄປຫາຕົ້ນສົນ​ສີ​ດາໃນເລບານອນ, ກ່າວ​ວ່າ, 'ຈົ່ງໃຫ້ລູກສາວຂອງທ່ານເປັນເມຍຂອງລູກຊາຍຂອງຂ້າ​ພະ​ເຈົ້າ,' ແຕ່ສັດປ່າໂຕ​ຫນຶ່ງທີ່ຢູ່ໃນເລບານອນໄດ້ຜ່ານມາ ແລະໄດ້ກັກຢຽບຕົ້ນຫນາມນັ້ນລົງ. \v 10 ທ່ານໄດ້ໂຈມຕີເອໂດມ, ແລະ ຈ​ິດໃຈຂອງທ່ານກໍເຮັດໃຫ້ທ່ານຈອງ​ຫອງ​ຂຶ້ນ. ຈົ່ງພູມໃຈໃນຊັຍຊະນະຂອງທ່ານເຖີດ, ແຕ່ຈົ່ງຢູ່ກັບເຮືອນຂອງຕົນ, ເພາະວ່າເປັນຫຍັງທ່ານຈຶ່ງສ້າງບັນຫາໃຫ້ກັບຕົວເອງ ແລະ ລົ້ມລົງ, ທັງທ່ານ ແລະ ຢູດາດ້ວຍ?"