lo_2ki_text_ulb_l3/13/22.txt

1 line
1.8 KiB
Plaintext

\v 22 ຮາຊາເອນກະສັດແຫ່ງອາຣາມ ໄດ້ຊົງກົດຂີ່ຊາວອິສະຣາເອນຢູ່ຕະຫລອດ ຣາຊການຂອງເຢໂຮອາຮາດ \v 23 ແຕ່ພຣະຢາເວໄດ້ຊົງພຣະເມດຕາຕໍ່ອິສະຣາເອນ, ແລະພຣະອົງໄດ້ຊົງຫ່ວງໃຍພວກເຂົາແລະໄດ້ຊ່ວຍເຫລືອພວກເຂົາໄວ້, ເພາະພັນທະສັນຍາຂອງພຣະອົງທີ່ໄດ້ເຮັດໄວ້ກັບອັບຣາຮາມ, ອີຊາກ, ແລະຢາໂຄບ. ດັ່ງນັ້ນພຣະຢາເວຈຶ່ງບໍ່ໄດ້ຊົງທຳລາຍພວກເຂົາ, ແລະພຣະອົງຍັງຄົງບໍ່ໄດ້ໄລ່ພວກເຂົາໄປ ໃຫ້ພົ້ນພຣະພັກພຣະອົງເລີຍ. \v 24 ຮາຊາເອນກະສັດແຫ່ງອາຣາມໄດ້ຕາຍໄປ, ແລະເບັນຮາດາດ ລູກຊາຍຂອງພະອົງໄດ້ຂຶ້ນເປັນກະສັດປົກຄອງແທນ. \v 25 ເຢໂຮອາດລູກຊາຍຂອງເຢໂຮອາຮາດ ໄດ້ຢຶດບັນດາເມືອງຈາກເບັນຮາດາດລູກຊາຍຂອງຮາຊາເອນກັບຄືນມາ ຊຶ່ງເປັນເມືອງທີ່ພະອົງໄດ້ຊົງຢຶດຈາກເຢໂຮອາຮາດ ພໍ່ຂອງເຢໂຮອາດໄດ້ເມື່ອຕອນເຮັດເສິກ. ເຢໂຮອາດໄດ້ຮົບຊະນະພະອົງສາມເທື່ອ, ແລະໄດ້ບັນດາເມືອງອິສະຣາເອນກັບຄືນມາ.