lo_2ki_text_ulb_l3/13/14.txt

1 line
1.5 KiB
Plaintext

\v 14 ບັດນີ້ ເອລີຊາໄດ້ລົ້ມປ່ວຍດ້ວຍພະຍາດທີ່ເຂົາຈະຕ້ອງຕາຍໃນໄວໆ, ດັ່ງນັ້ນເຢໂຮອາດກະສັດຂອງອິສະຣາເອນ ໄດ້ລົງໄປຫາເພິ່ນ ແລະໄດ້ຊົງຮ້ອງໄຫ້ຕໍ່ຫນ້າເພິ່ນ. ພະອົງໄດ້ເວົ້າວ່າ, "ພໍ່ເອີຍ, ພໍ່ເອີຍ, ຣົດມ້າຮົບແຫ່ງອິສະຣາເອນ ແລະທະຫານມ້າປະຈຳຣົດກຳລັງຈະມາຮັບທ່ານແລ້ວ!" \v 15 ເອລີຊາໄດ້ຕອບພະອົງວ່າ, "ຂໍໄດ້ເອົາຄັນທະນູ ແລະ ລູກທະນູມາຈຳນວນຫນຶ່ງດ້ວຍ, " ດັ່ງນັ້ນໂຢອາດຈຶ່ງໄດ້ເອົາຄັນທະນູ ແລະລູກທະນູມາຈຳນວນຫນຶ່ງ. \v 16 ເອລີຊາໄດ້ບອກກະສັດແຫ່ງອິສະຣາເອນວ່າ, "ຂໍໄດ້ຊົງຈັບຄັນທະນູໄວ້ໃນມືຂອງພະອົງ," ດັ່ງນັ້ນພະອົງໄດ້ຈັບຄັນທະນູໄວ້ໃນມືຂອງພະອົງ. ແລ້ວເອລີຊາໄດ້ວາງມືເພິ່ນເທິງມືທັງສອງຂ້າງຂອງກະສັດ.