lo_2ki_text_ulb_l3/11/13.txt

1 line
1000 B
Plaintext

\v 13 ເມື່ອອາທາລິຢາໄດ້ຍິນສຽງທະຫານຍາມ ແລະ ສຽງປະຊາຊົນ, ນາງກໍໄດ້ເຂົ້າໄປຫາປະຊາຊົນໃນພຣະວິຫານຂອງພຣະຢາເວ. \v 14 ນາງໄດ້ເບິ່ງ, ແລະ, ເບິ່ງແມ, ກະສັດໄດ້ຊົງຢືນຢູ່ຂ້າງເສົາ, ຕາມທຳນຽມທີ່ເຄີຍປະຕິບັດ, ແລະ ມີບັນດາຜູ້ບັນຊາການ ແລະ ຄົນເປົ່າແກໄດ້ຢູ່ຂ້າງກະສັດ. ປະຊາຊົນທັງຫມົດໃນແຜ່ນດິນກໍໄດ້ຊື່ນຊົມຍິນດີ ແລະ ໄດ້ເປົ່າແກ. ແລ້ວອາທາລິຢາກໍໄດ້ຈີກເສື້ອຜ້າຂອງນາງ ແລະ ໄດ້ຮ້ອງຂຶ້ນວ່າ," ກະບົດ! ກະບົດ!"