lo_2ki_text_ulb_l3/08/25.txt

1 line
1.3 KiB
Plaintext

\v 25 ໃນປີທີສິບສອງແຫ່ງຣາຊການຂອງໂຢຣາມລູກຊາຍຂອງອາຮາບ, ກະສັດແຫ່ງອິສະຣາເອນ, ອາຮາຊີຢາລູກຊາຍຂອງເຢໂຮຣາມກະສັດແຫ່ງຢູດາ, ໄດ້ຂຶ້ນປົກຄອງແທນ. \v 26 ອາຮາຊີຢາມີອາຍຸໄດ້ຊາວສອງປີ ຕອນພະອົງເລີ່ມປົກຄອງ; ພະອົງປົກຄອງເປັນເວລາຫນຶ່ງປີໃນກຸງເຢຣູຊາເລັມ. ແມ່ຂອງເພິ່ນຊື່ວ່າອາທາລິຍາ; ນາງເປັນລູກສາວຂອງອົມຣິ, ກະສັດແຫ່ງອິສະຣາເອນ. \v 27 ອາຮາຊິຢາດໍາເນີນຕາມເສັ້ນທາງຂອງຣາຊວົງອາຮາບ; ພະອົງໄດ້ກະທໍາສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະຢາເວ, ດັ່ງທີ່ເຊື້້ອສາຍຂອງອາຮາບກະທໍາ, ເພາະອາຮາຊິຍຢາເປັນລູກເຂີຍຂອງຣາຊະວົງອາຮາບ.