lo_2ki_text_ulb_l3/08/13.txt

1 line
1.4 KiB
Plaintext

\v 13 ຮາຊາເອນໄດ້ຕອບວ່າ, "ຄົນຮັບໃຊ້ຂອງທ່ານແມ່ນໃຜ, ທີ່ຈະເຮັດສິ່ງທີ່ຍິ່ງໃຫຍ່ນີ້ບໍ? ເຂົາເປັນພຽງຫມາເທົ່ານັ້ນ." ເອລີຊາໄດ້ຕອບວ່າ, "ພຣະຢາເວໄດ້ສະແດງໃຫ້ຂ້າພະເຈົ້າເຫັນວ່າທ່ານຈະເປັນກະສັດປົກຄອງເມືອງອາຣາມ." \v 14 ຫລັງຈາກນັ້ນ, ຮາຊາເອນກໍໄດ້ໄປຈາກເອລີຊາ ແລະເຂົ້າຫາເຈົ້ານາຍຂອງເຂົາ, ຜູ້ຊຶ່ງຖາມເຂົາວ່າ, "ເອລີຊາໄດ້ເວົ້າຫຍັງກັບເຈົ້າ?" ເຂົາໄດ້ຕອບວ່າ, "ທ່ານໄດ້ບອກຂ້ານ້ອຍວ່າ ພະອົງຈະຊົງດີຈາກການເຈັບປ່ວຍແນ່ນອນ." \v 15 ມື້ຕໍ່ມາ ຮາຊາເອນ ໄດ້ເອົາຜ້າຫົ່ມມາຈຸ່ມລົງນໍ້າ, ແລະ ເອົາລົງໄປຄຸມທີ່ຫນ້າຂອງເບັນຮາດາດຈົນພະອົງເສຍຊີວິດ. ແລ້ວ ຮາຊາເອນກໍໄດ້ຂຶ້ນເປັນກະສັດແທນ.