lo_2ki_text_ulb_l3/08/10.txt

1 line
1.3 KiB
Plaintext

\v 10 ເອລີຊາໄດ້ຕອບເຂົາວ່າ, "ຈົ່ງໄປບອກເບັນຮາດາດວ່າ, 'ທ່ານຈະຫາຍດີຈາກການປ່ວຍແນ່ນອນ, ແຕ່ພຣະຢາເວ ໄດ້ຊົງສະແດງໃຫ້ຂ້າພະເຈົ້າເຫັນວ່າພະອົງຈະເສຍຊີວິດແນ່ນອນ." \v 11 ແລ້ວເອລີຊາໄດ້ແນມເບິ່ງຮາຊາເອນຈົນເຂົາຮູ້ສຶກອາຍ, ແລະຄົນຂອງພຣະເຈົ້າກໍໄດ້ຮ້ອງໄຫ້. \v 12 ຮາຊາເອນຈຶ່ງຖາມວ່າ,“ ເປັນຫຍັງເຈົ້ານາຍຂອງຂ້ານ້ອຍຈຶ່ງຮ້ອງໄຫ້?” ທ່ານໄດ້ຕອບວ່າ, "ເພາະວ່າເຮົາຮູ້ເຖິງຄວາມຊົ່ວຮ້າຍທີ່ທ່ານຈະກະທຳຕໍ່ຊາວອິສະຣາເອນ. ທ່ານຈະເອົາໄຟເຜົາປ້ອມກອງກຳລັງຂອງພວກເຂົາ, ແລະທ່ານຈະຂ້າຄົນຫນຸ່ມດ້ວຍດາບ, ຈັບເດັກນ້ອຍຟາດຈົນມຸ່ນ, ແລະຜ່າທ້ອງຜູ້ຍິງຖືພາເສຍ. "