lo_2ki_text_ulb_l3/08/07.txt

1 line
1.5 KiB
Plaintext

\v 7 ເອລີຊາ ໄດ້ມາຍັງເມືອງດາມັສກັດ ບ່ອນທີ່ເບັນຮາດາດກະສັດແຫ່ງອາຣາມປ່ວຍ. ແລະມີຄົນໄດ້ທູນກະສັດໄດ້ກ່າວວ່າ, "ຄົນຂອງພຣະເຈົ້າໄດ້ມາທີ່ນີ້." \v 8 ກະສັດໄດ້ກ່າວກັບຮາຊາເອນວ່າ,“ ຈົ່ງນໍາເອົາຂອງຂວັນ ແລະ ໄປພົບກັບຄົນຂອງພຣະເຈົ້າ, ແລະທູນຖາມພຣະຢາເວໂດຍຜ່ານເພິ່ນ, ໂດຍກ່າວວ່າ,“ ເຮົາຈະຫາຍດີຈາກພະຍາດນີ້ບໍ?” \v 9 ດັ່ງນັ້ນ ຮາຊາເອນຈິ່ງໄປພົບທ່ານ ແລະ ນໍາເອົາຂອງຂວັນໄປດ້ວຍ ທຸກສິ່ງຄືສິ່ງທີ່ດີຂອງເມືອງດາມັສກັດ, ຊຶ່ງໄດ້ບັນທຸກໂດຍອູດສີ່ສິບໂຕ. ດັ່ງນັ້ນຮາຊາເອນຈຶ່ງມາແລະຢືນຢູ່ຕໍ່ຫນ້າເອລີຊາ ແລະ ກ່າວວ່າ, "ກະສັດເບັນຮາດາດກະສັດແຫ່ງອາຣາມ ໄດ້ສົ່ງຂ້ານ້ອຍມາຫາທ່ານ, ຖາມວ່າ," ເຮົາຈະຫາຍດີຈາກພະຍາດນີ້ບໍ?"'