lo_2ki_text_ulb_l3/06/32.txt

1 line
1.6 KiB
Plaintext

\v 32 ແຕ່ເອລີຊາໄດ້ນັ່ງຢູ່ໃນເຮືອນຂອງເພິ່ນ, ແລະພວກຜູ້ອາວຸໂສກໍນັ່ງຢູ່ດ້ວຍ. ກະສັດໄດ້ສົ່ງຊາຍຄົນ ຫນຶ່ງມາຫາເພິ່ນກ່ອນ, ແຕ່ກ່ອນທີ່ຈະມີຜູ້ສົ່ງຂ່າວມາເຖິງເອລີຊາ, ເພິ່ນໄດ້ກ່າວກັບຜູ້ອາວຸໂສວ່າ,“ ທ່ານທັງຫລາຍໄດ້ເຫັນຫລືບໍ່ ຄາດຕະກອນຄົນນີ້ໄດ້ສົ່ງຄົນມາຕັດເອົາຫົວຂອງເຮົາ? ເບິ່ງແມ, ເມື່ອຜູ້ສົ່ງຂ່າວມາເຖິງ, ຈົ່ງປິດປະຕູ, ແລະຢຶດປະຕູໃຫ້ແຫນ້ນ.ກັນເຂົາໄວ້ ນັ້ນບໍ່ແມ່ນສຽງຂອງຕີນເຈົ້ານາຍຂອງເຂົາທີ່ນໍາມາບໍ? " \v 33 ໃນຂະນະທີ່ທ່ານກຳລັງສົນທະນາກັບພວກເຂົາທັງຫລາຍຢູ່, ເບິ່ງເເມ, ຜູ້ສົ່ງຂ່າວໄດ້ລົງມາຫາທ່ານ. ກະສັດໄດ້ກ່າວວ່າ, "ຈົ່ງເບິ່ງເຖີດ, ຄວາມເດືອດຮ້ອນນີ້ມາຈາກພຣະຢາເວ. ເປັນຫຍັງຂ້າພະເຈົ້າຈຶ່ງລໍຖ້າພຣະຢາເວຕໍ່ໄປອີກ?"