lo_2ki_text_ulb_l3/06/24.txt

1 line
1.4 KiB
Plaintext

\v 24 ຕໍ່ມາ ພາຍຫລັງເບັນຮາດາດກະສັດແຫ່ງອາຣາມ ໄດ້ຮວບຮວມກອງທັບທັງຫມົດຂອງພະອົງ ແລະ​ໄດ້ໄປໂຈມ​ຕີເມືອງຊາມາເຣຍ​ ແລະ ປິດລ້ອມເມືອງດັ່ງກ່າວ. \v 25 ​ດັ່ງນັ້ນຈຶ່ງ​ໄດ້​ເກີດມີຄວາມອຶດຢາກ​ຢ່າງຫ​ນັກ​ຫນ່ວງ​ໃນ​ເມືອງ​​ສະ​ມາ​ເຣຍ. ເບິ່ງເເມ, ຂະນະເມື່ອພວກເຂົາໄດ້ປິດລ້ອມເມືອງໄວ້ ຂະຫນາດຫົວຂອງລໍໂຕຫນຶ່ງຍັງມີລາຄາສູງ ເປັນເງິນຫນັກເຖິງແປດສິບເຊກຽນ, ແລະ ເມັດຖົ່ວປ່າຂະຫນາດຈຸດສີ່ມີລາຄາຂາຍເຖິງຫ້າເຊກຽນ. \v 26 ຂະນະທີ່ກະສັດແຫ່ງອິສະຣາເອນ ກຳລັງຍ່າງຜ່ານໃກ້ກຳແພງເມືອງ, ມີຜູ້ຍິງຄົນຫນຶ່ງ ໄດ້ຮ້ອງຫາພະອົງວ່າວ່າ, "ຂ້າແດ່ກະສັດ, ຂໍຊົງຊ່ວຍດ້ວຍເຖີດ, ກະສັດຂອງຂ້ານ້ອຍ."