lo_2ki_text_ulb_l3/06/22.txt

1 line
1.2 KiB
Plaintext

\v 22 ເອລີຊາໄດ້ຕອບວ່າ, "ຂໍພະອົງຢ່າຂ້າພວກເຂົາເລີຍ. ຄົນພວກນີ້ທີ່ພະອົງຈະຂ້ານັ້ນ ພະອົງໄດ້ຈັບມາດ້ວຍດາບ ແລະ ທະນູກໍບໍແມ່ນ? ຂໍຈົ່ງຈັດນໍ້າ ແລະ ເຂົ້າຈີ່, ໃຫ້ພວກເຂົາກິນ ແລະ ດື່ມ, ແລ້ວປ່ອຍໃຫ້ພວກເຂົາໄປຫາເຈົ້ານາຍຂອງພວກເຂົາເຖີດ." \v 23 ດັ່ງນັ້ນກະສັດຈຶ່ງຈັດແຈ່ງອາຫານໃຫ້ພວກເຂົາຈໍານວນຫລາຍ, ແລະ ເມື່ອພວກເຂົາໄດ້ກິນ ແລະ ດື່ມແລ້ວ, ກະສັດກໍ່ໄດ້ປ່ອຍຕົວພວກເຂົາໄປ, ແລະ ພວກເຂົາກໍກັບໄປຫາເຈົ້ານາຍຂອງພວກເຂົາ. ແລະ ພວກອາຣາມບໍ່ໄດ້ກັບມາໃນດິນແດນອິສະຣາເອນອີກເລີຍ.