lo_2ki_text_ulb_l3/06/14.txt

1 line
1.1 KiB
Plaintext

\v 14 ດັ່ງນັ້ນກະສັດຈຶ່ງໄດ້ສົ່ງຣົດມ້າ, ຣົດຮົບ, ແລະທະຫານຈຳນວນຫລວງຫລາຍໄປທີ່ໂດທານ. ພວກເຂົາເດີນທາງໄປເວລາກາງຄືນ ແລະ ປິດລ້ອມຕົວເມືອງ. \v 15 ເມື່ອຜູ້ຮັບໃຊ້ຂອງຄົນຂອງພຣະເຈົ້າໄດ້ຕື່ນແຕ່ເຊົ້າແລະອອກໄປຂ້າງນອກ, ຈິ່ງເຫັນກອງທັບໃຫຍ່ທີ່ມີມ້າແລະຣົດຮົບມາປິດລ້ອມຕົວເມືອງ. ຄົນຮັບໃຊ້ຂອງທ່ານໄດ້ເວົ້າວ່າ, "ໂອ້, ເຈົ້ານາຍເອີຍ, ພວກຂ້ານ້ອຍຈະເຮັດແນວໃດດີ?" \v 16 ເອລີຊາໄດ້ຕອບວ່າ, "ຢ່າຢ້ານເລີຍ, ເພາະວ່າຄົນທີ່ຢູ່ກັບພວກເຮົາຫລາຍກວ່າຄົນທີ່ຢູ່ກັບພວກເຂົາ."