lo_2ki_text_ulb_l3/04/17.txt

1 line
1.2 KiB
Plaintext

\v 17 ແຕ່ວ່າຜູ້ຍິງຄົນນັ້ນໄດ້ຕັ້ງທ້ອງ ແລະ ເກີດລູກຊາຍຄົນຫນຶ່ງ ເມື່ອເຖິງເວລາດຽວກັນໃນປີຕໍ່ມາ, ດັ່ງທີ່ເອລີເຊໄດ້ກ່າວກັບນາງ. \v 18 ເມື່ອເດັກນ້ອຍຄົນນັ້ນໃຫຍ່ຂຶ້ນແລ້ວ, ມື້ຫນຶ່ງລາວອອກໄປຫາພໍ່ຂອງລາວ, ເຊິ່ງຢູ່ກັບຄົນເກັບກ່ຽວເຂົ້າ. \v 19 ລາວເວົ້າກັບພໍ່ວ່າ, "ຫົວຂອງຂ້ອຍ, ຫົວຂອງຂ້ອຍ." ພໍ່ຂອງລາວເວົ້າກັບຄົນຮັບໃຊ້ຂອງລາວວ່າ, "ອູ້ມລາວໄປຫາແມ່ຂອງລາວ." \v 20 ເມື່ອຄົນຮັບໃຊ້ໄດ້ພາລາວມາຫາແມ່ຂອງລາວ, ເດັກນ້ອຍຄົນນັ້ນກໍ່ໄດ້ນັ່ງຢູ່ເທິງຕັກຂອງແມ່ຈົນເຖິງຕອນທ່ຽງ ແລະ ຫລັງຈາກນັ້ນກໍ່ໄດ້ຕາຍໄປ.