lo_2ki_text_ulb_l3/04/08.txt

1 line
933 B
Plaintext

\v 8 ມື້ຫນຶ່ງ ເອລີຊາໄດ້ຜ່ານໄປຍັງເມືອງຊູເນມ, ບ່ອນທີ່ແມ່ຍິງຮັ່ງມີຄົນຫນຶ່ງອາສັຍຢູ່; ນາງໄດ້ຊວນໃຫ້ເພິ່ນກິນອາຫານກັບນາງ. ດັ່ງນັ້ນ ຫລາຍຄັ້ງເມື່ອເອລີຊາຍ່າງຜ່ານໄປທາງນັ້ນ, ລາວຈະແວ່ເຂົ້າໄປຮັບປະທານອາຫານຢູ່ທີ່ນັ້ນ. \v 9 ຜູ້ຍິງຄົນນີ້ເວົ້າກັບຜົວຂອງນາງວ່າ,“ ດຽວນີ້ຂ້ອຍເຊື່ອວ່າ ຜູ້ຊາຍຄົນທີ່ຍ່າງຜ່ານມາເຮືອນເຮົາເລື້ອຍໆ ນັ້ນເປັນຄົນບໍຣິສຸດຂອງພຣະເຈົ້າ.