lo_2ki_text_ulb_l3/04/01.txt

1 line
1.3 KiB
Plaintext

\c 4 \v 1 ບັດນີ້ ເມຍຂອງບຸດຊາຍຂອງຜູ້ທໍານວາຍຄົນຫນຶ່ງທີ່ຜົວຂອງລາວຢູ່ໃນກຸ່ມຜູ້ທຳນວາຍໄດ້ຮ້ອງທຸກຕໍ່ເອລີຊາ, ໄດ້ກ່າວວ່າ, "ຂ້າຮັບໃຊ້ຂອງທ່ານ ກໍ່ຄືຜົວຂອງຂ້ານ້ອຍໄດ້ຕາຍໄປແລ້ວ, ແລະທ່ານຮູ້ຢູ່ແລ້ວວ່າ ຂ້າຮັບໃຊ້ຂອງທ່ານຢຳເກງພຣະຢາເວ. ບັດນີ້ເຈົ້າຫນີໄດ້ມາເພື່ອຈະເອົາລູກສອງຄົນຂອງຂ້ານ້ອຍໄປເປັນທາດຂອງເຂົາ." \v 2 ດັ່ງນັ້ນເອລີຊາຈຶ່ງໄດ້ກ່າວຕໍ່ນາງວ່າ, "ຈະໃຫ້ຂ້ອຍເຮັດຫຍັງໃຫ້ເຈົ້າໄດ້ແດ່? ຈົ່ງບອກຂ້ອຍດ້ວຍວ່າ ເຈົ້າມີຫຍັງແດ່ຢູ່ໃນເຮືອນ?" ນາງໄດ້ກ່າວວ່າ, "ຂ້າຮັບໃຊ້ຂອງທ່ານບໍ່ມີຫຍັງຢູ່ໃນເຮືອນນອກຈາກນໍ້າມັນແກ້ວນ້ອຍເທົ່ານັ້ນ."