lo_2ki_text_ulb_l3/02/11.txt

1 line
999 B
Plaintext

\v 11 ໃນຂະນະທີ່ພວກເຂົາຍ່າງໄປ ແລະສົນທະນາກັນ, ມີຣົດມ້າຮົບໄຟຄັນຫນຶ່ງ ແລະ ພວກມ້າໄຟໄດ້ປະກົດຂຶ້ນ, ໄດ້ແຍກເຂົາທັງສອງອອກຈາກກັນ, ແລະ ເອລີຢາໄດ້ຂຶ້ນໄປເທິງຟ້າໂດຍພາຍຸຫມູນ. \v 12 ເອລີຊາໄດ້ເຫັນ ແລະ ຮ້ອງຂຶ້ນວ່າ, "ພໍ່ຂອງຂ້າພະເຈົ້າ, ພໍ່ຂອງຂ້າພະເຈົ້າ, ລົດມ້າເສິກຂອງອິສະຣາເອນ ແລະ ທະຫານມ້າຂອງພວກເຂົາ!" ລາວບໍ່ເຫັນເອລີຢາອີກຕໍ່ໄປ, ແລະ ລາວໄດ້ຈັບເສື້ອຜ້າຂອງຕົນເອງ, ແລະ ໄດ້ຈີກອອກເປັນສອງສ່ວນ.