lo_2ki_text_ulb_l3/01/13.txt

1 line
1.3 KiB
Plaintext

\v 13 ອີກຄັ້ງຫນຶ່ງກະສັດຍັງໄດ້ຮັບສັ່ງໃຫ້ນາຍທະຫານກຸ່ມທີສາມ ພ້ອມດ້ວຍນາຍທະຫານຫ້າສິບຄົນຂອງເຂົາ. ນາຍກອງຄົນນີ້ກໍໄດ້ຂຶ້ນໄປ,ໄດ້ຄຸເຂົ່າຕໍ່ຫນ້າເອຊາຢາ, ແລະໄດ້ອ້ອນວອນແລະໄດ້ເວົ້າກັບເຂົາວ່າ,"ທ່ານ, ຄົນຂອງພຣະເຈົ້າ, ຂ້ານ້ອຍຂໍຮ້ອງທ່ານ, ຂໍໃຫ້ຊີວິດຂອງຂ້ານ້ອຍແລະຊີວິດຂອງຜູ້ຮັບໃຊ້ຂອງທ່ານຫ້າສິບຄົນນີ້ເປັນສິ່ງທີ່ມີຄ່າໃນສາຍຕາຂອງທ່ານ. \v 14 ແທ້ຈິງແລ້ວ, ໄຟໄດ້ລົງມາຈາກທ້ອງຟ້າແລະໄດ້ເຜົາຜານນາຍທະຫານສອງຄົນທຳອິດພ້ອມທັງທະຫານຂອງເຂົາທີ່ມາກ່ອນ, ແຕ່ບັດນີ້ຂໍໃຫ້ຊີວິດຂອງຂ້ານ້ອຍເປັນສິ່ງທີ່ມີຄ່າໃນສາຍຕາຂອງທ່ານດ້ວຍເຖີດ."