lo_2co_tn_l3/03/01.txt

54 lines
7.1 KiB
Plaintext

[
{
"title": "ຂໍ້ມູນເຊື່ອມຕໍ່",
"body": "ໂປໂລ ເຕືອນພວກເຂົາວ່າເພິ່ນບໍ່ອວດອ້າງ ໃນຂະນະທີ່ ເພິ່ນບອກພວກເຂົາກ່ຽວກັບສິ່ງທີ່ເພິ່ນໄດ້ເຮັດຜ່ານພຣະຄຣິດ."
},
{
"title": "ພວກເຮົາກຳລັງຍ້ອງຍໍຕົວເອງອີກແລ້ວບໍ?",
"body": "ໂປໂລ ໃຊ້ຄຳຖາມນີ້ເພື່ອເນັ້ນຫນັກວ່າພວກເຂົາບໍ່ໄດ້ອວດອ້າງກ່ຽວກັບຕົວພວກເຂົາເອງ. ແປອີກຢ່າງວ່າ: \"ພວກເຮົາບໍ່ໄດ້ເລີ່ມຕົ້ນຍ້ອງຍໍຕົວເອງອີກຄັ້ງ\" (ເບິ່ງ:figs-rquestion)"
},
{
"title": "ເຮົາຕ້ອງມີຫນັງສືແນະນຳໂຕຕໍ່ພວກທ່ານ ຫລື ຈາກພວກທ່ານ, ເຫມືອນກັບພວກເຮົາບາງຄົນບໍ?",
"body": "ໂປໂລ ກ່າວສິ່ງນີ້ ເພື່ອສະແດງວ່າ ຊາວເມືອງໂກຣິນໂທ ຮູ້ຈັກຊື່ສຽງທີ່ດີຂອງໂປໂລ ແລະຕີໂມທຽວ. ຄຳຖາມຈະມີການຕອບປະຕິເສດທັນທີ. ແປອີກຢ່າງວ່າ: \"ແນ່ນອນວ່າພວກເຮົາບໍ່ຈຳເປັນຕ້ອງມີຈົດຫມາຍແນະນຳໂຕຕໍ່ທ່ານ ຫລື ຈາກທ່ານ, ຄືກັບບາງຄົນທີ່ໄດ້ເຮັດ\" (ເບິ່ງ: figs-rquestion)"
},
{
"title": "ຫນັງສືແນະນຳ",
"body": "ນີ້ແມ່ນຈົດຫມາຍທີ່ບຸກຄົນຜູ້ຫນຶ່ງຂຽນເພື່ອແນະນຳ ແລະ ໃຫ້ການຮັບຮອງຕໍ່ບຸກຄົນໃດຫນຶ່ງ."
},
{
"title": "ພວກທ່ານເອງ ເປັນຫນັງສືແນະນໍາໂຕໃຫ້ແກ່ພວກເຮົາ",
"body": "ໂປໂລ ໄດ້ກ່າວເຖິງຊາວເມືອງໂກຣິນໂທ ຄືກັບວ່າພວກເຂົາເປັນຈົດຫມາຍທີ່ຮັບຮອງ. ພວກເຂົາເຈົ້າເປັນຜູ້ເຊື່ອທີ່ຮັບຮອງຫລັກຖານການຮັບໃຊ້ພັນທະກິດຂອງ ໂປໂລ ຕໍ່ຄົນອື່ນໆ. ແປອີກຢ່າງວ່າ: \"ໂຕທ່ານເອງເປັນເຫມືອນກັບຈົດຫມາຍແນະນໍາໂຕໃຫ້ແກ່ພວກເຮົາ\" (ເບິ່ງ: figs-metaphor)"
},
{
"title": "ຂຽນໄວ້ທີ່ຫົວໃຈຂອງເຮົາ",
"body": "ໃນທີ່ນີ້ ຄຳວ່າ \"ຫົວໃຈ\" ຫມາຍເຖິງຄວາມຄິດ ແລະອາ\nລົມຂອງພວກເຂົາ. ຄວາມຫມາຍທີ່ເປັນໄປໄດ້ແມ່ນ \n1) ໂປໂລ ແລະເພື່ອນຮ່ວມງານຂອງລາວແນ່ໃຈວ່າຊາວເມືອງໂກຣິນໂທ ເປັນຈົດຫມາຍແນະນຳຂອງພວກເພິ່ນໄດ້ ຫລື 2) ໂປໂລ ແລະເພື່ອນຮ່ວມງານຂອງເພິ່ນໃສ່ໃຈເບິ່ງແຍງຊາວເມືອງໂກຣິນໂທໄດ້ຢ່າງເລິກເຊິ່ງ. (ເບິ່ງ: figs-metonymy)"
},
{
"title": "ເປັນທີ່ຮູ້ຈັກແລະອ່ານໂດຍທຸກໆຄົນ",
"body": "ນີ້ສາມາດຖືກລະບຸໄວ້ໃນຮູບແບບທີ່ຫ້າວຫັນ. ອາດແປໄດ້ວ່າ: \"ທີ່ທຸກຄົນສາມາດຮູ້ແລະອ່ານໄດ້\" (ເບິ່ງ: figs_activepassive)"
},
{
"title": "ທ່ານເປັນຫນັງສືຂອງພຣະຄຣິດ",
"body": "ໂປໂລ ໄດ້ຊີ້ແຈງວ່າພະຄລິດເປັນຜູ້ທີ່ຂຽນຈົດຫມາຍນັ້ນ. ແປອີກຢ່າງວ່າ: \"ທ່ານແມ່ນຈົດຫມາຍທີ່ພຣະ\nຄຣິດໄດ້ຂຽນ\" (ເບິ່ງ: figs-metaphor ແລະfigs-explicit)"
},
{
"title": "ພວກເຮົາເປັນຜູ້ສົ່ງ",
"body": "ນີ້ສາມາດຖືກລະບຸໄວ້ໃນຮູບແບບທີ່ຫ້າວຫັນ. ອາດແປໄດ້ວ່າ: \"ທີ່ພວກເຮົາຈັດສົ່ງ\"(ເບິ່ງ:\nfigs_activepassive)"
},
{
"title": "ບໍ່ໄດ້ຖືກຂຽນດ້ວຍນໍ້າມຶກ... ຂຽນໄວ້ທີ່ຫົວໃຈຂອງມະນຸດ",
"body": "ໂປໂລ ໄດ້ຊີ້ແຈງວ່າ: ຊາວເມືອງໂກຣິນໂທແມ່ນຄ້າຍຄືກັບຈົດຫມາຍຝ່າຍວິນຍານ, ບໍ່ແມ່ນຈົດຫມາຍທີ່ມະນຸດຂຽນດ້ວຍວັດຖຸສິ່ງຂອງ."
},
{
"title": "ບໍ່ໄດ້ຖືກຂຽນດ້ວຍນໍ້າມຶກ ແຕ່ໂດຍພຣະວິນຍານຂອງພຣະເຈົ້າຜູ້ຊົງພຣະຊົນຢູ່",
"body": "ນີ້ສາມາດຂຽນໃນຮູບແບບປະໂຫຍກບອກເລົ່າ. ແປອີກຢ່າງວ່າ: \"ບໍ່ແມ່ນຈົດຫມາຍທີ່ມະນຸດຂຽນດ້ວຍນໍ້າມຶກ ແຕ່ເປັນຈົດຫມາຍທີ່ພຣະວິນຍານຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ໄດ້ຂຽນ\" (ເບິ່ງ: figs-activepassive ແລະ figs-ellipsis)"
},
{
"title": "ບໍ່ໄດ້ຂຽນຢູ່ເທິງແຜ່ນຫີນ, ແຕ່ຢູ່ເທິງຫົວໃຈຂອງມະນຸດ",
"body": "ນີ້ສາມາດຂຽນໃນຮູບແບບປະໂຫຍກບອກເລົ່າ. ແປອີກຢ່າງວ່າ: \"ມັນບໍ່ແມ່ນຈົດຫມາຍທີ່ມະນຸດຂຽນໃສ່ແຜ່ນຫີນ ແຕ່ເປັນຈົດຫມາຍທີ່ ພຣະວິນຍານຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ ໄດ້ຂຽນໃສ່ແຜ່ນຈາລຶກທີ່ຫົວໃຈຂອງມະນຸດ\" (ເບິ່ງ: figs-activepassive ແລະ figs-ellipsis)"
},
{
"title": "ແຕ່ຂຽນໃວ້ໃນດວງໃຈຂອງມະນຸດ",
"body": "ໂປໂລກ່າວເຖິງຫົວໃຈຂອງພວກເຂົາຄືກັບວ່າພວກເຂົາແມ່ນຫີນ ກ້ອນຫີນຫລືດິນເຜົາທີ່ຄົນຂຽນຕົວອັກສອນ. (ເບິ່ງ: figs_metaphor)"
}
]