lo_2co_text_ulb_l3/11/27.txt

1 line
1.0 KiB
Plaintext

\v 27 ຂ້າພະເຈົ້າຕ້ອງເຮັດວຽກຢ່າງຫນັກຫນ່ວງ ແລະ ລຳບາກ, ຕ້ອງອົດຫລັບອົດນອນ, ຕ້ອງອຶດເຂົ້າ ຢາກນ້ຳ ແລະ ຫລາຍເທື່ອຂາດອາຫານການກິນ, ຕ້ອງທົນຫນາວ ແລະ ເປືອຍກາຍ. \v 28 ນອກຈາກນີ້ແລ້ວ ຍັງມີສິ່ງອື່ນໆ, ທີ່ກົດດັນຂ້າພະເຈົ້າຢູ່ທຸກໆວັນ ຄືຄວາມກັງວົນໃຈກ່ຽວກັບຄຣິສຕະຈັກໃນທຸກແຫ່ງ \v 29 ມີຜູ້ໃດທີ່ອ່ອນກຳລັງ ແລະ ຂ້າພະເຈົ້າບໍ່ອ່ອນກຳລັງດ້ວຍ? ມີຜູ້ໃດທີ່ຖືກເຮັດໃຫ້ສະດຸດ, ແລະ ຂ້າພະເຈົ້າບໍ່ເປັນທຸກເປັນຮ້ອນດ້ວຍ?