lo_2co_text_ulb_l3/10/15.txt

1 line
989 B
Plaintext

\v 15 ພວກເຮົາບໍ່ໄດ້ໂອ້ອວດເກີນຂອບເຂດ ກ່ຽວກັບວຽກງານທີ່ຄົນອື່ນໄດ້ເຮັດ. ແຕ່ພວກເຮົາມີຄວາມຫວັງວ່າ ເມື່ອຄວາມເຊື່ອຂອງພວກທ່ານຈະເລີນຂື້ນຫລາຍແລ້ວ, ຂອບເຂດງານຂອງພວກເຮົາກໍຈະຂະຫຍາຍຢ່າງກວ້າງຂວາງໃນຫມູ່ພວກທ່ານ. \v 16 ດັ່ງນັ້ນ ເມື່ອພວກເຮົາມີຄວາມຫວັງຢ່າງນີ້, ພວກເຮົາກໍຈະປະກາດຂ່າວປະເສີດນອກເຂດທີ່ພວກທ່ານຢູ່. ໂດຍພວກເຮົາຈະບໍ່ອວດອ້າງໃນເລື່ອງການງານທີ່ຄົນອື່ນໄດ້ເຮັດໄວ້ແລ້ວ.