lo_2co_text_ulb_l3/06/08.txt

1 line
1.6 KiB
Plaintext

\v 8 ພວກເຮົາເຮັດວຽກທັງໃນຂະນະທີ່ມີກຽດ ແລະ ບໍ່ມີກຽດ, ຂະນະທີ່ຖືກດູຖູກ ແລະ ໄດ້ຮັບການຍ້ອງຍໍ. ເມື່ອພວກເຮົາຖືກກ່າວຫາວ່າເປັນຄົນສໍ້ໂກງ ແຕ່ພວກເຮົາຍັງເປັນຄົນຊື່ສັດຢູ່. \v 9 ພວກເຮົາເຮັດວຽກຄືກັບວ່າບໍ່ມີໃຜຮູ້ຈັກ. ແຕ່ກໍ່ຍັງມີຄົນຮູ້ຈັກພວກເຮົາດີ. ພວກເຮົາເຮັດວຽກຄືກັບວ່າກຳລັງຈະຕາຍແຕ່ເບິ່ງເຖີດ! ພວກເຮົາຍັງມີຊີວິດຢູ່. ພວກເຮົາເຮັດວຽກຄືກັບວ່າພວກເຮົາຖືກລົງໂທດຍ້ອນດ້ວຍການກະທຳຂອງພວກເຮົາແຕ່ຍັງບໍ່ຕາຍ. \v 10 ເຮົາທຳງານເຫມືອນວ່າມີຄວາມທຸກ ແຕ່ພວກເຮົາກໍ່ຍັງມີຄວາມຊື່ນຊົມຍິນດີຢູ່ສະເຫມີ. ພວກເຮົາເຮັດວຽກຄືກັບຄົນຍາກຈົນ ແຕ່ຍັງເຮັດໃຫ້ຄົນຫລວງຫລາຍຮັ່ງມີ. ພວກເຮົາເຮັດວຽກຄືກັບວ່າພວກເຮົາບໍ່ມີຫຍັງເລີຍ ແຕ່ຍັງມີສີ່ງສາລະພັດຢູ່.