lo_2co_text_ulb_l3/06/04.txt

1 line
1.5 KiB
Plaintext

\v 4 ແຕ່ວ່າ, ການກະທຳຂອງພວກເຮົາເອງນັ້ນໄດ້ພິສູດໃຫ້ເຫັນແລ້ວວ່າ, ຂ້າພະເຈົ້າເປັນຜູ້ຮັບໃຊ້ຂອງພຣະເຈົ້າ. ຂ້າພະເຈົ້າເປັນຜູ້ຮັບໃຊ້ຂອງພຣະອົງ, ດ້ວຍຄວາມພຽນອົດທົນຢ່າງຍິ່ງ, ໃນຄວາມທຸກ, ໃນຄວາມຍາກຈົນ, ໃນເຫດໄພພິບັດ, \v 5 ໃນການຖືກຂ້ຽນຕີ, ໃນການຖືກຂັງຄຸກ, ໃນເຫດການທີ່ວຸ່ນວາຍ, ໃນການເຮັດວຽກຫນັກຫນ່ວງ, ໃນການອົດຫລັບອົດນອນ, ໃນການອົດອາຫານ, \v 6 ໂດຍຄວາມບໍຣິສຸດ, ໂດຍຄວາມຮູ້, ໂດຍຄວາມອົດທົນ, ໂດຍຄວາມເມດຕາ, ໂດຍພຣະວິນຍານບໍຣິສຸດ, ໂດຍຄວາມຮັກທີ່ຈິງໃຈ. \v 7 ພວກເຮົາເປັນຜູ້ຮັບໃຊ້ຂອງພຣະອົງ ໂດຍໃຊ້ຖ້ອຍຄຳແຫ່ງຄວາມຈິງ. ໂດຍອຳນາດຂອງພຣະເຈົ້າ ພວກເຮົາມີອາວຸດແຫ່ງຄວາມຊອບທັມໃນມືຂວາ ແລະ ໃນມືຊ້າຍ.