lo_2co_text_ulb_l3/05/18.txt

1 line
780 B
Plaintext

\v 18 ສິ່ງທັງຫມົດນີ້ມາຈາກພຣະເຈົ້າ. ຜູ້ຊົງໃຫ້ພວກເຮົາຄືນດີກັນກັບພຣະອົງທາງພຣະຄຣິດ, ແລະ ຊົງປະທານພາລະກິດແຫ່ງການຄືນດີກັນໃຫ້ພວກເຮົາ. \v 19 ນັ້ນຄື, ໂລກໄດ້ຄືນດີກັບພຣະອົງຜ່ານທາງອົງພຣະເຢຊູເຈົ້າ, ແລະ ບໍ່ໄດ້ກ່າວໂທດໃນການລ່ວງລະເມີດຂອງພວກເຂົາ. ພະອົງຊົງໃຫ້ເລື່ອງການຄືນດີນັ້ນກັບພວກເຮົາໃນການປະກາດ.