lo_2co_text_ulb_l3/05/16.txt

1 line
957 B
Plaintext

\v 16 ເຫດສະນັ້ນ, ນັບແຕ່ນີ້ເປັນຕົ້ນໄປ ພວກເຮົາຈື່ງບໍ່ພິຈາລະນາຜູ້ໃດຕາມມາດຕະຖານຂອງມະນຸດ, ເຖິງແມ່ນວ່າໃນອະດີດນັ້ນພວກເຮົາເຄີຍພິຈາລະນາພຣະຄຣິດຕາມຢ່າງນີ້ມາແລ້ວ. ແຕ່ດຽວນີ້ພວກເຮົາຈະບໍ່ພິຈາລະນາຜູ້ໃດຢ່າງນີ້ອີກຕໍ່ໄປ. \v 17 ດັ່ງນັ້ນ, ຖ້າຜູ້ໃດຢູ່ໃນພຣະຄຣິດ, ລາວກໍ່ເປັນຄົນທີ່ຖືກສ້າງໃຫມ່ແລ້ວ. ທຸກສິ່ງທຸກຢ່າງທີ່ເກົ່າໆກໍ່ລ່ວງໄປ. ເບິ່ງເຖີດກາຍເປັນສິ່ງໃຫມ່ທັງນັ້ນ.