lo_2co_text_ulb_l3/05/11.txt

1 line
1.4 KiB
Plaintext

\v 11 ເພາະເຫດທີ່ຂ້າພະເຈົ້າຮູ້ຈັກຄວາມຫນ້າຢ້ານກົວຂອງອົງພຣະຜູ້ເປັນເຈົ້າແລ້ວ, ພວກເຮົາຈຶ່ງໄດ້ຊັກຊວນຄົນທັງຫລາຍ. ພວກເຮົາເປັນແນວໃດນັ້ນ ກໍ່ເປັນທີ່ປະກົດຕົວຢ່າງຈະແຈ້ງຕໍ່ພຣະເຈົ້າແລ້ວ. ຂ້າພະເຈົ້າກໍ່ຍັງມີຄວາມຫວັງວ່າຈະປະກົດຢ່າງຈະແຈ້ງຕໍ່ຈິດສຳນຶກຜິດ ແລະ ຊອບຂອງທ່ານທັງຫລາຍດ້ວຍເຊັ່ນກັນ. \v 12 ພວກເຮົາບໍ່ໄດ້ພະຍາຍາມທີ່ຈະຊັກຊວນພວກທ່ານໃຫ້ຍ້ອງຍໍຕົວເຮົາອີກ. ແຕ່, ພວກເຮົາໃຫ້ທ່ານທັງຫລາຍມີໂອກາດທີ່ຈະອວດອ້າງພວກເຮົາໄດ້, ເພື່ອພວກທ່ານຈະມີຄຳຕອບໃຫ້ກັບຄົນເຫລົ່ານັ້້ນ ຜູ້ທີ່ມັກອວດອ້າງໃນສິ່ງທີ່ປາກົດ ແຕ່ບໍ່ມັກອວດອ້າງເຖິງສິ່ງທີ່ຢູ່ໃນໃຈ.