lo_2co_text_ulb_l3/05/09.txt

1 line
883 B
Plaintext

\v 9 ດັ່ງນັ້ນ ພວກເຮົາຈື່ງຕັ້ງເປົ້າໃສ່ວ່າ, ບໍ່ວ່າເຮົາຈະຢູ່ ຫລື ຈະຈາກຮ່າງກາຍນີ້ໄປ, ພວກເຮົາກໍ່ຈະເປັນທີ່ພໍພຣະໄທຂອງພຣະອົງ. \v 10 ເພາະວ່າພວກເຮົາທຸກຄົນນັ້ນຈະຕ້ອງປະກົດຕົວຕໍ່ບັນລັງແຫ່ງການພິພາກສາຂອງພຣະຄຣິດ, ເພື່ອທີ່ວ່າແຕ່ລະຄົນຈະໄດ້ຮັບຢ່າງເຫມາະສົມ ຕາມສິ່ງທີ່ໄດ້ເຮັດໃນຂະນະທີ່ອາໄສໃນຮ່າງກາຍນີ້, ບໍ່ວ່າຈະເປັນສີ່ງທີ່ດີ ແລະ ບໍ່ດີ.