lo_2co_text_ulb_l3/01/12.txt

1 line
1.4 KiB
Plaintext

\v 12 ນີ້ເປັນສິ່ງທີ່ພວກເຮົາພູມໃຈ: ຄືໃຈສຳນຶກຜິດແລະຊອບຂອງພວກເຮົາ ເປັນພະຍານ.ວ່າພວກເຮົາໄດ້ປະຕິບັດຕົວເອງເປັນທີ່ມີຊື່ສຽງຕໍ່ໂລກ ດ້ວຍໃຈທີ່ບໍລິສຸດ ແລະ ຄວາມຈິງໃຈທີ່ມາຈາກພຣະເຈົ້າ. ພວກເຮົາໄດ້ປະຕິບັດຕໍ່ພວກທ່ານຫລາຍກວ່ານັ້ນອີກ ໂດຍທີ່ບໍ່ໄດ້ປະຕິບັດຕາມປັນຍາຂອງໂລກນີ້, ແຕ່ຕາມພຣະຄຸນຂອງພຣະເຈົ້າ. \v 13 ເຮົາບໍ່ໄດ້ຂຽນເລື່ອງອື່ນໃດເຖິງພວກທ່ານເລີຍນອກຈາກເລື່ອງຊຶ່ງທ່ານສາມາດອ່ານ ແລະ ເຂົ້າໃຈໄດ້. \v 14 ເຖິງວ່າ ຕອນນີ້ທ່ານເຂົ້າໃຈບາງຢ່າງຢູ່, ແຕ່ໃນວັນແຫ່ງພຣະເຢຊູຄຣິດເຈົ້າຂອງພວກເຮົານັ້ນ, ພວກທ່ານຈະພູມໃຈໃນພວກເຮົາຢ່າງທີ່ພວກເຮົາພູມໃຈໃນພວກທ່ານ.