lo_2co_text_ulb_l3/01/05.txt

1 line
1.5 KiB
Plaintext

\v 5 ເພາະວ່າຄວາມທຸກຍາກຂອງພຣະຄຣິດ ເພື່ອເຫັນແກ່ເຮົາມີຫລາຍເຫລືອລົ້ນຢ່າງໃດ, ການເລົ້າໂລມໃຈຂອງເຮົາ ເນື່ອງຈາກພຣະຄຣິດກໍຫລາຍເຫລືອລົ້ນຢ່າງນັ້ນ. \v 6 ແຕ່ທີ່ເຮົາຍອມທຸກຍາກນັ້ນ, ກໍ່ເພື່ອໃຫ້ທ່ານໄດ້ຮັບຄວາມເລົ້າໂລມໃຈ ແລະ ຄວາມພົ້ນ; ແລະ ທີ່ເຮົາໄດ້ຮັບການເລົ້າໂລມໃຈ, ກໍ່ເພື່ອໃຫ້ທ່ານໄດ້ຮັບການເລົ້າໂລມໃຈເຊັ່ນກັນ. ຄວາມເລົ້າໂລມໃຈຂອງພວກທ່ານທີ່ຈະມີຢ່າງເຕັມທີ່ເມື່ອພວກທ່ານໄດ້ພະຍາຍາມອົດທົນກັບຄວາມທຸກຍາກຄືດັ່ງທີ່ເຮົາໄດ້ອົດທົນນັ້ນ. \v 7 ແລະ ເຮົາມີຄວາມຫມັ້ນໃຈຢ່າງແນ່ນອນໃນທ່ານທັງຫລາຍ, ເພາະເຮົາຮູ້ວ່າພວກທ່ານມີສ່ວນໃນຄວາມທຸກຍາກຂອງເຮົາແນວໃດ, ທ່ານກໍ່ຈະມີສ່ວນໃນການໃຫ້ກຳລັງໃຈຂອງເຮົາຢ່າງນັ້ນ.