lo_2co_text_ulb_l3/01/01.txt

1 line
938 B
Plaintext

\c 1 \v 1 ໂປໂລ, ຜູ້ເປັນອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ, ຕາມພຣະປະສົງຂອງພຣະເຈົ້າ ແລະ ຕີໂມທຽວ ຜູ້ເປັນນ້ອງຊາຍຂອງເຮົາ, ເຖິງຄຣິສຕະຈັກຂອງພຣະເຈົ້າທີ່ຢູ່ໃນເມືອງ ໂກຣິນໂທ, ແລະ ບັນດາຜູ້ເຊື່ອທຸກຄົນທີ່ຢູ່ທົ່ວແຂວງ ອະຂາຢາ. \v 2 ຂໍໃຫ້ພຣະຄຸນ ແລະ ສັນຕິສຸກເຊິ່ງມາຈາກພຣະເຈົ້າພຣະບິດາຂອງເຮົາ ແລະ ຈາກພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ ຈົ່ງສະຖິດກັບທ່ານທັງຫລາຍເຖີດ.