lo_2ch_text_ulb_l3/13/16.txt

1 line
2.1 KiB
Plaintext

\v 16 ຄົນອິສະຣາເອນໄດ້ຫນີໄປຕໍ່ຫນ້າຢູດາ, ແລະ ພຣະເຈົ້າຊົງມອບພວກເຂົາໄວ້ໃນມືຂອງອາບີຢາ. \v 17 ອາບີຢາ ແລະປະຊາຊົນຂອງພະອົງກໍຂ້າພວກເຂົາຢ່າງຫລວງຫລາຍ; ຄົນອິສະຣາເອນທີ່ຄັດເລືອກແລ້ວຈຶ່ງລົ້ມຕາຍ 500,000 ຄົນ. \v 18 ນີ້ແຫລະ, ຄົນອິສະຣາເອນທີ່ຖືກປາບປາມໃນເທື່ອນັ້ນ; ຄົນຢູດາກໍຊະນະ ເພາະພວກເຂົາເພິ່ງພຣະຢາເວ, ພຣະເຈົ້າແຫ່ງບັນພະບຸຣຸດຂອງພວກເຂົາ. \v 19 ອາບີຢາໄດ້ໄລ່ຕິດຕາມເຢໂຣໂບອາມ; ພະອົງໄດ້ຍຶດເອົາຫົວເມືອງຈາກພະອົງຄື ຄືເມືອງເບັດເອນກັບຫມູ່ບ້ານຂອງເມືອງນັ້ນ, ເຢຊານາກັບຫມູ່ບ້ານຂອງເມືອງນັ້ນ, ແລະ ເອຟະໂຣນກັບຫມູ່ຂອງເມືອງນັ້ນ. \v 20 ເຢໂຣໂບອາມບໍ່ໄດ້ຟື້ນອຳນາດຂອງພະອົງໃນຣາຊະການຂອງອາບີຢາ; ພຣະຢາເວຊົງປຣະຫານພະອົງໃຫ້ສິ້ນພະຊົນເສຍ. \v 21 ແຕ່ຝ່າຍອາບີຢາກໍມີອຳນາດຫລາຍຂຶ້ນ; ພະອົງຊົງມີມະເຫສີສິບສີ່ອົງ ແລະ ໃຫ້ກຳເນີດລູກຊາຍຊາວສອງອົງ ແລະ ລູກສາວສິບຫົກອົງ. \v 22 ຣາຊະກິດນອກນັ້ນຂອງອາບີຢາ, ວິທີການ, ແລະ ພະດຳຣັດຂອງພະອົງໄດ້ບັນທຶກໄວ້ໃນຫນັງສືຂອງຜູ້ທຳນວາຍອິດໂດ.