lo_2ch_text_ulb_l3/31/04.txt

1 line
1.0 KiB
Plaintext

\v 4 ນອກຈາກນັ້ນ, ພະອົງຊົງບັນຊາປະຊາຊົນຜູ້ຢູ່ໃນເຢຣູຊາເລັມໃຫ້ບໍຣິຈາກສ່ວນທີ່ເປັນຂອງປະໂລຫິດ ແລະ ຂອງຄົນເລວີ, ເພື່ອພວກເຂົາເຫລົ່ານັ້ນຈະໄດ້ເຂັ້ມແຂງຂຶ້ນໃນພຣະບັນຍັດຂອງພຣະຢາເວ. \v 5 ເມື່ອພຣະບັນຊາກະຈາຍອອກໄປ, ປະຊາຊົນອິສະຣາເອນກໍໄດ້ບໍຣິຈາກເຂົ້າມາຢ່າງຫລວງຫລາຍມີເຂົ້າລຸ້ນທຳອິດ, ນ້ຳອະງຸ່ນ, ນ້ຳມັນ, ນ້ຳເຜິ້ງ, ແລະຜະລິດຜົນທຸກຢ່າງຂອງໄຮ່ນາ. ພວກເຂົາຍັງນຳເອົາຫນຶ່ງສ່ວນສິບຂອງທຸກຊະນິດເຂົ້າມາຢ່າງຫລວງຫລາຍ.