lo_2ch_text_ulb_l3/28/26.txt

1 line
936 B
Plaintext

\v 26 ສ່ວນພະຣາຊະກິດນອກນັ້ນຂອງພະອົງ, ແລະ ກິຈະກຳປະຈຳວັນຂອງພະອົງທັງຫມົດ, ຕັ້ງແຕ່ຕົ້ນຈົນຈົບ, ກໍມີບັນທຶກໄວ້ໃນຫນັງສືຂອງກະສັດແຫ່ງຢູດາ ແລະ ອິສະຣາເອນ. \v 27 ອາຮາດກໍລ່ວງລັບໄປຢູ່ກັບບັນພະບຸຣຸດຂອງພະອົງ, ແລະ ພວກເຂົາຝັງພະສົບໄວ້ໃນກຸງເຢຣູຊາເລັມ, ແຕ່ເຂົາບໍ່ໄດ້ນຳພະສົບໄປໄວ້ໃນຂຸມຝັງສົບຂອງກະສັດແຫ່ງອິສະຣາເອນ. ເຮເຊກີຢາ, ລູກຊາຍຂອງພະອົງໄດ້ຂຶ້ນປົກຄອງແທນພະອົງ.