lo_2ch_text_ulb_l3/28/16.txt

1 line
1003 B
Plaintext

\v 16 ໃນເວລານັ້ນນັ້ນກະສັດອາຮາດຊົງໃຊ້ໃຫ້ໄປຫາກະສັດແຫ່ງອັດຊີເຣຍເພື່ອຂໍຄວາມຊ່ວຍເຫລືອ. \v 17 ເພາະຄົນເອໂດມໄດ້ບຸກລຸກເຂົ້າມາອີກ ໄດ້ໂຈມຕີຢູດາ, ແລະ ຈັບໄປເປັນຊະເລີຍນຳ. \v 18 ຄົນຟີລິສະຕີນໄດ້ເຂົ້າປຸ້ນຫົວເມືອງໃນພູເຂົາ ແລະ ທີ່ພາກໃຕ້ຂອງຢູດາ. ພວກເຂົາໄດ້ຍຶດເມືອງເບັດເຊເມັດ, ອາຢາໂລນ, ເກເດໂຣດ, ໂສໂກກັບຫມູ່ບ້ານ, ຕິມນາກັບຫມູ່ບ້ານ, ແລະ ທັງກິມໂຊກັບຫມູ່ບ້ານ. ພວກເຂົາກໍຕັ້ງເຕັນຢູ່ບ່ອນນັ້ນ.