lo_2ch_text_ulb_l3/28/09.txt

1 line
1.7 KiB
Plaintext

\v 9 ແຕ່ຜູ້ທຳນວາຍຄົນຫນຶ່ງຂອງພຣະຢາເວຢູ່ບ່ອນນັ້ນ, ຊື່ວ່າໂອເດັດ. ເພິ່ນອອກໄປພົບກອງທັບທີ່ມາຊາມາເຣຍ. ພະອົງເວົ້າກັບພວກເຂົາວ່າ, “ເບິ່ງແມ ເພາະພຣະຢາເວ, ພຣະເຈົ້າແຫ່ງບັນພະບຸຣຸດຂອງທ່ານທັງຫລາຍ, ຊົງຮ້າຍຕໍ່ຢູດາ, ພະອົງຊົງມອບພວກເຂົາໄວ້ໃນມືຂອງທ່ານ. ແຕ່ທ່ານທັງຫລາຍໄດ້ສັງຫານພວກເຂົາເສຍດ້ວຍຄວາມຮ້າຍຊຶ່ງຂຶ້ນໄປເຖິງຟ້າສະຫວັນ. \v 10 ບັດນີ້ທ່ານທັງຫລາຍເຈຕະນາຈະຂົ່ມເຫັງປະຊາຊົນແຫ່ງຢູດາເຢຣູຊາເລັມໃຫ້ເປັນຂ້າທາດ ຊາຍ ແລະ ຂ້າທາດຍິງຂອງທ່ານ. ແຕ່ຕົວທ່ານເອງບໍ່ມີບາບຕໍ່ພຣະຢາເວພຣະເຈົ້າຂອງທ່ານຫລື? \v 11 ບັດນີ້, ຂໍຟັງຂ້າພະເຈົ້າ: ແລະຂໍສົ່ງຊະເລີຍຊຶ່ງທ່ານໄດ້ນຳມາຈາກຍາດພີ່ນ້ອງຂອງທ່ານກັບໄປ, ເພາະວ່າພະພິໂຣດອັນແຮງກ້າຂອງພຣະຢາເວຢູ່ເຫນືອທ່ານທັງຫລາຍ.”