lo_2ch_text_ulb_l3/22/01.txt

1 line
1.3 KiB
Plaintext

\c 22 \v 1 ຊາວເຢຣູຊາເລັມໄດ້ໃຫ້ອາຮາຊີຢາ, ລູກຊາຍອົງສຸດທ້າຍຂອງພະອົງ, ເປັນກະສັດແທນພະອົງ, ເພາະຄົນຫມູ່ນັ້ນມາເຖິງຄ້າຍກັບຄົນອາຫລັບໄດ້ຂ້າລູກຊາຍຜູ້ເປັນອ້າຍເສຍທັງຫມົດ. ດັ່ງນັ້ນອາຮາຊີຢາລູກຊາຍຂອງເຢໂຮຣາມ, ກະສັດຂອງຢູດາ, ຈຶ່ງຂຶ້ນປົກຄອງ. \v 2 ອາຮາຊີຢາເລີ່ມປົກຄອງນັ້ນ ພະອົງມີອາຍຸສີ່ສິບສອງປີ ເມື່ອຊົງປົກຄອງໃນເຢຣູຊາເລັມຫນຶ່ງປີ. ພະມານດາຂອງພະອົງຊົງພະນາມວ່າ ນາງອາທາລີຢາ; ນາງເປັນລູກສາວຂອງອົມຣີ. \v 3 ພະອົງຊົງດຳເນີນໃນທາງທັງຫລາຍແຫ່ງຣາຊະວົງຂອງອາຮາບດ້ວຍ ເພາະວ່າພະມານດາຂອງພະອົງເປັນທີ່ປຶກສາໃນການເຮັດຄວາມຊົ່ວຮ້າຍຂອງພະອົງ.