lo_2ch_text_ulb_l3/18/28.txt

1 line
1.2 KiB
Plaintext

\v 28 ດັ່ງນັ້ນອາຮັບ, ກະສັດແຫ່ງອິສະຣາເອນ, ກັບເຢໂຮຊາຟັດ, ກະສັດແຫ່ງຢູດາ, ຈຶ່ງສະເດັດຂຶ້ນໄປຣາໂມດກິເລອາດ. \v 29 ກະສັດແຫ່ງອິສະຣາເອນກ່າວກັບເຢໂຮຊາຟັດວ່າ, “ຂ້າພະເຈົ້າຈະປອມຕົວເຂົ້າໄປເຮັດເສິກ ແຕ່ທ່ານຈົ່ງສວມເຄື່ອງຊົງຂອງທ່ານ.” ດັ່ງນັ້ນກະສັດແຫ່ງອິສະຣາເອນກໍຊົງປອມພະອົງ, ແລ້ວທັງສອງພະອົງກໍເຂົ້າເຮັດສົງຄາມ. \v 30 ຝ່າຍກະສັດປະເທດຊີເຣຍຊົງບັນຊາບັນດາຜູ້ບັນຊາການຣົດຮົບຂອງພະອົງ, ກ່່າວວ່າ, “ຢ່າຮົບກັບທະຫານນ້ອຍ ຫລືໃຫຍ່. ແຕ່ມຸ້ງໂຈມຕີສະເພາະກະສັດແຫ່ງອິສະຣາເອນ.”