lo_2ch_text_ulb_l3/18/12.txt

1 line
1.4 KiB
Plaintext

\v 12 ຜູ້ສົ່ງຂ່າວທີ່ໄປຫາມີກາຢາໄດ້ບອກເພິ່ນ, ກ່າວວ່າ, “ເບິ່ງແມ, ຖ້ອຍຄຳຂອງບັນດາຜູ້ທຳນວາຍກໍເວົ້າສິ່ງທີ່ດີແກ່ກະສັດເປັນປາກດຽວກັນ. ຂໍໃຫ້ຖ້ອຍຄຳຂອງທ່ານເປັນເຫມືອນຖ້ອຍຄຳຂອງຄົນຫນຶ່ງໃນພວກນັ້ນ ແລະ ເວົ້າແຕ່ສິ່ງທີ່ດີ.” \v 13 ແຕ່ມີກາຢາຕອບວ່າ, “ພຣະຢາເວຊົງພຣະຊົນຢູ່ສັນໃດ, ພຣະເຈົ້າຂອງຂ້າພະເຈົ້າກ່າວວ່າຢ່າງໃດ ຂ້າພະເຈົ້າຈະເວົ້າຢ່າງນັ້ນ.” \v 14 ເມື່ອເພິ່ນມາເຝົ້າກະສັດ, ກະສັດກ່າວຖາມເພິ່ນວ່າ, “ມີກາຢາ, ຄວນທີ່ເຮົາຈະໄປຕີຣາໂມດກິເລອາດບໍ່ ຫລື ເຮົາບໍ່ຄວນໄປ?” ເພິ່ນທູນຕອບພະອົງວ່າ, “ຂໍເຊີນສະເດັດຂຶ້ນໄປ ແລະ ຈະມີຊັຍຊະນະ! ພວກເຂົາທັງຫລາຍຈະຖືກມອບໄວ້ໃນພະຫັດຂອງພະອົງ.”