lo_2ch_text_ulb_l3/18/09.txt

1 line
1.4 KiB
Plaintext

\v 9 ບັດນີ້ຝ່າຍກະສັດແຫ່ງອິສະຣາເອນ ແລະ ເຢໂຮຊາຟັດກະສັດແຫ່ງຢູດາ ຕ່າງປຣະທັບເທິງພະທີ່ນັ່ງ, ຊົງນຸ່ງເຄື່ອງປະຈຳຕຳແຫນ່ງຂອງພະອົງ, ໃນບ່ອນວ່າງຊື່ທາງເຂົ້າປະຕູເມືອງຊາມາເຣຍ, ແລະ ຜູ້ທຳນວາຍທັງປວງກໍພວມທຳນວາຍຖວາຍເພິ່ນຢູ່. \v 10 ແລ້ວເຊເດກີຢາລູກຊາຍເຄນາອານາ ຈຶ່ງເອົາເຫລັກເຮັດເປັນເຂົາ ແລະ ເວົ້າວ່າ, “ພຣະຢາເວກ່າວດັ່ງນີ້ວ່າ ‘ດ້ວຍສິ່ງເຫລົ່ານີ້ ເຈົ້າຈະຊຸກຄົນຊີເຣຍໄປຈົນພວກເຂົາຖືກທຳລາຍຫມົດ.’” \v 11 ບັນດາຜູ້ທຳນວາຍກໍທຳນວາຍຢ່າງດຽວກັນນັ້ນ, ທູນວ່າ, “ຂໍສະເດັດຂຶ້ນໄປຣາໂມດກິເລອາດເຖີດ ແລະ ຈະມີຊັຍຊະນະ, ເພາະພຣະຢາເວຈະຊົງມອບເມືອງນັ້ນໄວ້ໃນພະຫັດຂອງກະສັດ.”