lo_2ch_text_ulb_l3/18/04.txt

1 line
912 B
Plaintext

\v 4 ເຢໂຮຊາຟັດກ່າວກັບກະສັດແຫ່ງອິສະຣາເອນວ່າ, “ຂໍສອບຖາມເບິ່ງພຣະຄັມຈາກພຣະຢາເວມື້ນີ້ກ່ອນ.” \v 5 ແລ້ວກະສັດແຫ່ງອິສະຣາເອນກໍເອີ້ນປະຊຸມພວກຜູ້ທຳນວາຍ, ປະມານສີ່ຮ້ອຍຄົນ, ແລະ ກ່າວກັບພວກເຂົາວ່າ, “ຄວນທີ່ເຮົາຈະໄປຕີຣາໂມດກິເລອາດຫລືບໍ່ ຫລື ເຮົາບໍ່ຄວນໄປ?” ພວກເຂົາທັງຫລາຍທູນຕອບວ່າ, “ຂໍເຊີນສະເດັດຂຶ້ນໄປໂລດ, ເພາະພຣະເຈົ້າຈະຊົງມອບໄວ້ໃນພະຫັດຂອງກະສັດ.”