lo_2ch_text_ulb_l3/18/01.txt

1 line
1.6 KiB
Plaintext

\c 18 \v 1 ບັດນີ້, ຝ່າຍເຢໂຮຊາຟັດຊົງຮັ່ງມີ ແລະ ມີກຽຕຍິ່ງໃຫຍ່; ພະອົງໄດ້ຊົງກະທຳໃຫ້ພະອົງເອງເປັນທອງແຜ່ນດຽວກັນກັບອາຮາບດ້ວຍການໃຫ້ລູກຊາຍອົງຫນຶ່ງຂອງພະອົງແຕ່ງງານກັບລູກສາວຂອງອາຮາບ. \v 2 ຄັນລ່ວງມາຫລາຍປີ, ພະອົງສະເດັດລົງໄປເຝົ້າອາຮາບໃນຊາມາເຣຍ. ອາຮາບຊົງຂ້າແກະ ແລະ ງົວຫລາຍໂຕສຳລັບພະອົງ ແລະ ສຳລັບທະຫານທີ່ມາກັບພະອົງ. ອາຮາບຊົງຊັກຊວນພະອົງໃຫ້ຂຶ້ນໄປຕໍ່ສູ້ກັບຣາໂມດກິເລອາດ. \v 3 ອາຮາບ, ກະສັດແຫ່ງອິສະຣາເອນ, ກ່າວກັບເຢໂຮຊາຟັດ, ກະສັດແຫ່ງຢູດາວ່າ, “ທ່ານຈະໄປກັບຂ້າພະເຈົ້າທີ່ຣາໂມດກິເລອາດຫລືບໍ?” ພະອົງທູນຕອບກະສັດອາຮາບວ່າ, “ຂ້າພະເຈົ້າກໍເປັນຄືກັບທີ່ທ່ານເປັນ, ແລະ ປະຊາຊົນຂອງຂ້າພະເຈົ້າກໍເປັນດັ່ງປະຊາຊົນຂອງທ່ານ; ເຮົາຈະຢູ່ກັບທ່ານໃນສົງຄາມນັ້ນ.”