lo_2ch_text_ulb_l3/12/13.txt

1 line
2.0 KiB
Plaintext

\v 13 ດັ່ງນັ້ນກະສັດເຣໂຮໂບອາມ ຈຶ່ງສະຖາປະນາພະອົງຂຶ້ນໃນເມືອງເຢຣູຊາເລັມ, ແລະ ຊົງປົກຄອງ. ເຣໂຮໂບອາມຊົງເລີ່ມປົກຄອງນັ້ນ ເພິ່ນມີອາຍຸສີ່ສິບເອັດປີ, ແລະ ພະອົງຊົງປົກຄອງສິບເຈັດປີໃນເມືອງເຢຣູຊາເລັມ, ອັນເປັນເມືອງຊຶ່ງພຣະຢາເວຊົງເລືອກໄວ້ຈາກຕະກູນຕ່າງຂອງອິສະຣາເອນ ເພື່ອຈະຕັ້ງພຣະນາມຊື່ຂອງພຣະອົງໄວ້ບ່ອນນັ້ນ. ແມ່ຂອງພະອົງຊົງພະນາມວ່ານາອາມາ, ຄົນອຳໂມນ. \v 14 ພະອົງໄດ້ຊົງກະທຳການຊົ່ວຮ້າຍ, ເພາະພະອົງບໍ່ຕັ້ງພະທັຍທີ່ຈະສະແຫວງຫາພຣະຢາເວ. \v 15 ສ່ວນພະຣາຊະກິດຂອງເຣໂຮໂບອາມ, ຕັ້ງແຕ່ຕົ້ນຈົນສຸດທ້າຍ, ກໍໍບໍ່ໄດ້ບັນທຶກໄວ້ໃນຫນັງສືຂອງເຊມາຢາຜູ້ທຳນວາຍ ແລະ ຂອງອິດໂດຜູ້ທຳນວາຍ, ຊຶ່ງໄດ້ບັນທຶກຕາມແບບພົງສາວະດານ ແລະ ສົງຄາມກັນມາຕະຫລອດລະຫວ່າງ ເຣໂຮໂບອາມ ແລະ ເຢໂຣໂບອາມຫລື?. \v 16 ເຣໂຮໂບອາມກໍລ່ວງລັບໄປຢູ່ກັບບັນພະບຸຣຸດຂອງພະອົງ ພວກເຂົາກໍຝັງພະສົບໄວ້ໃນນະຄອນດາວິດ; ອາບີຢາລູກຊາຍຂອງພະອົງໄດ້ຂຶ້ນປົກຄອງແທນພະອົງ.