lo_2ch_text_ulb_l3/10/03.txt

1 line
1.1 KiB
Plaintext

\v 3 ພວກເຂົາທັງຫລາຍກໍໃຊ້ຄົນໄປຮຽນເຊີນເພິ່ນ, ແລະເຢໂຣໂບອາມ ແລະ ອິສະຣາເອນທັງຫມົດໄດ້ມາ; ພວກເຂົາໄດ້ທູນເຣໂຮໂບອາມວ່າ, \v 4 “ບິດາຂອງພະອົງໄດ້ເຮັດໃຫ້ແອກຂອງຂ້າພະອົງທຸກຫນັກ. ເພາະສະນັ້ນ ບັດນີ້, ຂໍຊົງຜ່ອນການບົວລະບັດຢ່າງທຸກຫນັກຂອງບິດາຂອງພະອົງ, ແລະ ແອກອັນຫນັກຂອງພະອົງເຫນືອຂ້າພະອົງທັງຫລາຍໃຫ້ເບົາລົງ, ແລະ ຂ້າພະອົງທັງຫລາຍຈະບົວລະບັດພະອົງ.” \v 5 ເຣໂຮໂບອາມກ່າວກັບພວກເຂົາວ່າ, “ຄົບສາມມື້ຈົ່ງກັບມາຫາເຮົາອີກ.” ປະຊາຊົນຈຶ່ງກັບໄປ.