lo_2ch_text_ulb_l3/09/22.txt

1 line
1.1 KiB
Plaintext

\v 22 ດັ່ງນັ້ນແຫລະ ກະສັດໂຊໂລໂມນຈຶ່ງໄດ້ປຽບກວ່າກະສັດອື່ນແຫ່ງແຜ່ນດິນໂລກໃນເລື່ອງຊັບສົມບັດ ແລະ ສະຕິປັນຍາ. \v 23 ແລະກະສັດທັງຫມົດແຫ່ງແຜ່ນດິນໂລກກໍສະແຫວງຫາທີ່ຈະເຂົ້າເຝົ້າໂຊໂລໂມນ ເພື່ອຈະຟັງພະສະຕິປັນຍາ, ທີ່ພຣະເຈົ້າຊົງພຣະຣາຊະທານໄວ້ໃນໃຈຂອງພະອົງ. \v 24 ທຸກຄົນກໍນຳເຄື່ອງບັນນາການຂອງຕົນມາ ເປັນເຄື່ອງເຮັດດ້ວຍເງິນ ເຄື່ອງເຮັດດ້ວຍຄຳ, ແລະ ເຄື່ອງແຕ່ງກາຍ, ເຄື່ອງອາວຸດ, ແລະ ເຄື່ອງຫອມ, ທັງ ມ້າ ແລະລໍ, ຕາມຈຳນວນກຳນົດທຸກປີ.