lo_2ch_text_ulb_l3/08/16.txt

1 line
1.2 KiB
Plaintext

\v 16 ບັນດາພະຣາຊະກິດຂອງໂຊໂລໂມນກໍລຸລ່ວງໄປ, ຕັ້ງແຕ່ມື້ທີ່ວາງຮາກພຣະວິຫານຂອງພຣະຢາເວ ຈົນສຳເລັດງານ. ດັ່ງນັ້ນ ພຣະວິຫານຂອງພຣະຢາເວກໍສຳເລັດຄົບຖ້ວນ. \v 17 ແລ້ວໂຊໂລໂມນສະເດັດໄປໃນເອັດຊິໂອນເກເບ ແລະ ເມືອງເອລັດທີ່ແຄມທະເລໃນແຜ່ນດິນເອໂດມ. \v 18 ຮູຣາມໄດ້ສົ່ງມາຖວາຍພະອົງຊຶ່ງບັນຊາການໂດຍຂ້າຣາຊະການທີ່ຄຸ້ນເຄີຍກັບທະເລ. ພວກເຂົາໄດ້ໄປເຖິງເມືອງໂອຟີພ້ອມກັບຂ້າຣາຊະການຂອງໂຊໂລໂມນ.​ພວກເຂົາໄດ້ນຳເອົາຄຳຈາກບ່ອນນັ້ນຫນັກສີ່ຮ້ອຍຫ້າສິບຕາລັນຕົນມາໃຫ້ກະສັດໂຊໂລໂມນ.