lo_2ch_text_ulb_l3/08/09.txt

1 line
819 B
Plaintext

\v 9 ແຕ່ສ່ວນຄົນອິສຣາເອນນັ້ນໂຊໂລໂມນບໍ່ໄດ້ໃຫ້ເປັນຂ້າທາດແຮງງານ. ພວກເຂົາທັງຫລາຍເປັນທະຫານ ແລະ ເປັນນາຍທະຫານຂອງພະອົງ, ເປັນຜູ້ບັງຄັບບັນຊາຣົດຮົບຂອງພະອົງ, ແລະ ພົນທະຫານມ້າຂອງພະອົງ. \v 10 ຄົນຕໍ່ໄປນີ້ເປັນເຈົ້າຫນ້າທີ່ຊັ້ນຜູ້ໃຫຍ່ຂອງກະສັດໂຊໂລໂມນ, ມີສອງຮ້ອຍຫ້າສິບຄົນ, ເປັນຜູ້ປົກຄອງປະຊາຊົນຜູ້ທີ່ໄດ້ເຮັດວຽກງານ.