lo_2ch_text_ulb_l3/08/05.txt

1 line
1019 B
Plaintext

\v 5 ພະອົງໄດ້ຊົງສ້າງເມືອງເບັດໂຮໂຣນເທິງ, ແລະ ເບັດໂຮໂຣນລຸ່ມດ້ວຍ, ເປັນເມືອງທີ່ຫມັ້ນຄົງ ມີກຳແພງ, ປະຕູເມືອງ, ແລະດ່ານ. \v 6 ພະອົງໄດ້ຊົງສ້າງເມືອງບາອາລາດ ແລະ ຫົວເມືອງຄັງຫລວງທັງປວງທີ່ໂຊໂລໂມນຊົງມີຢູ່, ແລະ ເມືອງທັງປວງສຳລັບຣົດຮົບຂອງພະອົງ, ແລະ ເມືອງທັງປວງສຳລັບພົນທະຫານມ້າຂອງພະອົງ, ແລະ ສິ່ງໃດຊຶ່ງພະອົງປະສົງຈະສ້າງໃນເຢຣູຊາເລັມ, ໃນເລບານອນ ແລະ ໃນແຜ່ນດິນທັງຫມົດທີ່ຢູ່ໃນປົກຄອງຂອງພະອົງ.